ການໄກ່ເກ່ຍຂໍ້ຄັດແຍ້ງທີ່ດິນ

[:en]

ປັດຈຸບັນ, ຂໍ້ຂັດແຍ່ງທີ່ດິນແມ່ນບັນຫາທີ່ເກີດຂຶ້ນຫຼາຍ ໃນ ສປປ ລາວ, ຊຶ່ງສັງເກດຈາກການເພີ່ມຂຶ້ນຂອງຄະດີກ່ຽວກັບທີ່ດິນ ຢູ່ ສານປະຊາຊົນໃນຂອບເຂດທົ່ວປະເທດ ຢ່າງຫຼວງຫຼາຍໃນໄລຍະຫຼາຍປີທີ່ຜ່ານມາ. ໃນນີ້, ການທີ່ຂໍ້ຂັດແຍ່ງທີ່ດິນຖືກຮ້ອງຟ້ອງໄປທີ່ສານປະຊາຊົນນັ້ນ ອາດຈະເຮັດໃຫ້ຄູ່ກໍລະນີທັງສອງຝ່າຍຕ້ອງລໍຖ້າ ແລະ ໃຊ້ເວລາໃນການແກ້ໄຂຂໍ້ຂັດແຍ່ງເປັນເວລາຍາວນານ ເນື່ອງຈາກວ່າ ບັນຫາທີ່ດິນຕ້ອງປະກອບມີເຈົ້າໜ້າທີ່ຈາກຫຼາຍພາກສ່ວນເຂົ້າຮ່ວມນຳ. ສະນັ້ນ, ຈະເປັນການດີ ຫຼື ບໍ່ ຖ້າທ່ານສາມາດແກ້ໄຂບັນຫາທີ່ດິນຂອງທ່ານໄດ້ໂດຍຜ່ານຂະບວນການຍຸຕິທຳນອກສານ ໂດຍການນຳໃຊ້ທີ່ປຶກສາກົດໝາຍທີ່ມີຄວາມຮູ້ ແລະ ຊ່ຽວຊານທາງດ້ານກົດໝາຍທີ່ດິນ ເພື່ອຊ່ວຍໃຫ້ຂໍ້ຂັດແຍ່ງທີ່ດິນດັ່ງກ່າວເປັນໄປຕາມຂັ້ນຕອນນອກສານທີ່ຖືກຕ້ອງຕາມລະບຽບກົດໝາຍ.

ດ້ວຍເຫດນີ້, ບໍລິສັດ ອາຣຽນ ລີໂກລ໌ (ລາວ) ຈຳກັດຜູ້ດຽວ ຈຶ່ງໄດ້ເລີ່ມສະໜອງການບໍລິການຕາງໜ້າ ຫຼື ເປັນຕົວແທນ ໃຫ້ແກ່ ລູກຄວາມຂອງພວກເຮົາ ໃນຂະບວນການເຈລະຈາ ແລະ ໄກ່ເກ່ຍ ຂໍ້ຂັດແຍ່ງກ່ຽວກັບທີ່ດິນ ກັບ ຄູ່ກໍລະນີ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງບໍລິການຮ່າງເອກະສານທີ່ຈຳເປັນພາຍໃຕ້ລະບຽບກົດໝາຍຂອງ ສປປ ລາວ ທີ່ກ່ຽວຂ້ອງກັບບັນຫາທີ່ດິນ.

ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມ ກ່ຽວກັບ ການບໍລິການດັ່ງກ່າວ ພວກເຮົາສາມາດໃຫ້ຄວາມຊ່ວຍເຫຼືອແກ່ທ່ານໄດ້. ກະລຸນາຕິດຕໍ່ ທີ່ປຶກສາກົດໝາຍຄົນລາວຂອງບໍລິສັດ. ຕິດຕໍ່ໄດ້ທີ່: +856 (0) 21 313 718. mamchintala@arionlegal.com ແລະ soulignasack@arionlegal.com[:]

Leave a Reply

Your email address will not be published. Required fields are marked *

×

Hello!

Click one of our representatives below to chat on WhatsApp or send us an email to enquiries@mpalawyers.com

× How can we help you?